ສູດມົນແລງ ພ້ອມແປ

ໄຫວ້ພຣະ ແລງ ແປ

ຄຳໄຫວ້ພຣະຣັຕະນະໄຕຣ

ສຳລັບບົດນີ້ແມ່ນໃຫ້ໄຫວ້ຕອນແລງ ໂດຍສະເພາະ ແມ່ນໃຫ້ມີເຄື່ອງສັກກາລະບູຊາ
ອິມິນາ ສັກກາເຣນະ ຕັງພຸດທັງ ອະພິປູຊະຍາມະ : ຂ້າພະເຈົ້າທັງຫລາຍ ຂໍບູຊາຢ່າງຍິ່ງ ເຊິ່ງພຣະຜູ້ມີພຣະພາກເຈົ້າ ພຣະອົງນັ້ນດ້ວຍ ເຄື່ອງສັກກາລະທັງຫລາຍເຫລົ່ານີ້.
ອະຣະຫັງ ສັມມາ ສັມພຸດໂທ ພະຄະວາ : ພຣະຜູ້ມີພຣະພາກເຈົ້າ ເປັນພຣະອໍຣະຫັນດັບແລ້ວ ເຊິ່ງໄຟກິເລດ ໄຟທຸກສິ້ນເຊິງ ຕັດສະຮູ້ແຈ້ງ ໂດຍພຣະອົງເອງ
ພຸດທັງ ພະຄະວັນຕັງ ອະພິວາເທມີ :​ ຂ້າພະເຈົ້າອາພິວາດ ພຣະຜູ້ມີພຣະພາກເຈົ້າ ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ
(ກາບ)
ອິມິນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ : ຂ້າພະເຈົ້າທັງຫລາຍຂໍບູຊາຢ່າງຍິ່ງ ເຊິ່ງພຣະທັມນັ້ນ ດ້ວຍເຄື່ອງສັກກາລະ ທັງຫລາຍເຫລົ່ານີ້
ສວາກຂາໂຕ ພະຄະວາຕາ ທັມໂມ : ພຣະທັມເປັນທັມ ທີ່ພຣະຜູ້ມີ ພຣະພາກເຈົ້າ ຕັດໄວ້ດີແລ້ວ
ທັມມັງ ນະນັດສາມິ : ຂ້າພະເຈົ້ານະມັດສະການພຣະທັມ
(ກາບ)
ອິມິນາ ສັກກາເຣນະ ຕັງ ສັງຄັງ ອະພິປູ ຊະຍາມະ : ຂ້າພະເຈົ້າທັງຫລາຍ ຂໍບູຊາຢ່າງຍິ່ງ ເຊິ່ງພຣະສົງຫມູ່ນັ້ນດ້ວຍເຄື່ອງສັກກາລະ ທັງຫລາຍເຫລົ່ານີ້
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ :​ ພຣະສົງ ສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິບັດດີແລ້ວ
ສັງຄັງ ນະມາມິ : ຂ້າພະເຈົ້ານອບນ້ອມພຣະສົງ
(ກາບ)

ຄຳນອບນ້ອມພຣະພຸດທະເຈົ້າເບື້ອງຕົ້ນ

1.  ນະໂມ ຕັດສະ ພະຄະວະໂຕ : ຂໍນ້ອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າ ພຣະອົງນັ້ນ
ອະຣະຫະໂຕ : ເປັນຜູ້ບໍ່ມີກິເລດ
ສຳມາສຳພຸດທັດສະ : ຕັດສະຮູ້ແຈ້ງດ້ວຍພຣະອົງເອງ
2.  ນະໂມ ຕັດສະ ພະຄະວະໂຕ : ຂໍນ້ອບນ້ອມແດ່ພຣະຜູ້ມີພຣະພາກເຂົ້າ ພຣະອົງນັ້ນ
ອະຣະຫະໂຕ : ເປັນຜູ້ບໍ່ມີກິເລດ
ສຳມາສຳພຸດທັດສະ : ຕັດສະຮູ້ແຈ້ງດ້ວຍພຣະອົງເອງ
3.  ນະໂມ ຕັດສະ ພະຄະວະໂຕ : ຂໍນ້ອບນ້ອມແດ່ພຣະຜູ້ມີພຣະພາກເຂົ້າ ພຣະອົງນັ້ນ
ອະຣະຫະໂຕ : ເປັນຜູ້ບໍ່ມີກິເລດ
ສຳມາສຳພຸດທັດສະ : ຕັດສະຮູ້ແຈ້ງດ້ວຍພຣະອົງເອງ
(ສະຣະນະຄະມະນະປາຖະ)
ພຸດທັງ ສະຣະນັງ ຄັດສະມິ : ຂ້າພະເຈົ້າຖືເອົາພຣະພຸດທະເຈົ້າເປັນສາຣະນະ
ທັມມັງ ສະຣະນັງ ຄັດສະມິ : ຂ້າພະເຈົ້າຖືເອົາພຣະທັມເປັນສາຣະນະ
ສັງຄັງ ສະຣະນັງ ຄັດສະມິ : ຂ້າພະເຈົ້າຖືເອົາພຣະສົງເປັນສາຣະນະ
ທຸຕິຍັມປິ ພຸດທັງ ສະຣະນັງ ຄັດສະມິ : ຄັ້ງທີ່ສອງ ຂ້າພະເຈົ້າຖືເອົາພຣະພຸດທະເຈົ້າເປັນສາຣະນະ
ທຸຕິຍັມປິ ທັມມັງ ສະຣະນັງ ຄັດສະມິ : ຄັ້ງທີ່ສອງ ຂ້າພະເຈົ້າຖືເອົາພຣະທັມເປັນສາຣະນະ
ທຸຕິຍັມປິ ສັງຄັງ ສະຣະນັງ ຄັດສະມິ : ຄັ້ງທີ່ສອງ ຂ້າພະເຈົ້າຖືເອົາພຣະສົງເປັນສາຣະນະ
ຕະຕິຍັມປິ ພຸດທັງ ສະຣະນັງ ຄັດສະມິ : ຄັ້ງທີ່ສາມ ຂ້າພະເຈົ້າຖືເອົາພຣະພຸດທະເຈົ້າເປັນສາຣະນະ
ຕະຕິຍັມປິ ທັມມັງ ສະຣະນັງ ຄັດສະມິ : ຄັ້ງທີ່ສາມ ຂ້າພະເຈົ້າຖືເອົາພຣະທັມເປັນສາຣະນະ
ຕະຕິຍັມປິ ສັງຄັງ ສະຣະນັງ ຄັດສະມິ : ຄັ້ງທີ່ສາມ ຂ້າພະເຈົ້າຖືເອົາພຣະສົງເປັນສາຣະນະ

ອິຕິປິ ໂສ ພະຄະວາ : ເພາະເຫດຢ່າງນີ້ ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ
ອະຣະຫັງ : ເປັນຜູ້ບໍ່ມີກິເລດ
ສັມມາສັມພຸດໂທ : ເປັນຜູ້ຕັດສະຮູ້ແຈ້ງໄດ້ໂດຍພຣະອົງເອງ
ວິດຊາຈາຣະນະສັມປັນໂນ : ເປັນຜູ້ເຖິງພ້ອມດ້ວຍວິຊາ ແລະ ຈາຣະນະ
ສຸຄະໂຕ : ເປັນຜູ້ໄປແລ້ວດ້ວຍດີ
ໂລກະວິທູ : ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ
ອະນຸດຕະໂຣ ປຸຣິສະ ທັມມະສາຣະຖິ : ເປັນຜູ້ສາມາດຝຶກບູຮຸດທີ່ສົມຄວນຝຶກໄດ້ບໍ່ມີໃຜຍິ່ງກວ່າ
ສັດຖາ ເທວະມະນຸດສານັງ : ເປັນຄຣູຜູ້ສອນຂອງເທວະດາ ແລະ ມະນຸດທັງຫລາຍ
ພຸດໂທ : ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດ້ວຍທັມ
ພະຄະວາຕິ : ເປັນຜູ້ມີຄວາມຈະເລີນ ຈໍາແນກທັມ ສັ່ງສອນສັດ ດັ່ງນີ້


ພຸດທາພິຄີຕິ
ພຸດທະວາຣະຫັນຕະວາຣະຕາທິຄຸນາພິຍຸດໂຕ : ພຣະພຸດທະເຈົ້າປະກອບດ້ວຍຄຸນ ມີຄວາມປະເສີດແຫ່ງອໍຣະຫັນຕະຄຸນເປັນຕົ້ນ
ສຸດທາພິນ ຍານະ ກະຣຸນາຫິ ສະມາຄະຕັດໂຕ : ມີພຣະອົງອັນປະກອບດ້ວຍພຣະຍານ ແລະ ພຣະກະຣຸນາອັນບໍລິສຸດ
ໂພເທສິ ໂຍ ສຸຊະນະຕັງ ກະມະລັງວະ ສູໂຣ : ພຣະອົງໄດ້ ຊົງກະທໍາຊົນທີ່ດີໃຫ້ເບີກບານ ດັ່ງແສງອາທິດທຳບົວໃຫ້ບານ
ວັນທາມະຫັງ ຕະມະຣະນັງ ສິຣະສາ ຊິເນນທັງ : ຂ້າພະເຈົ້າໄຫວ້ພຣະຊິນະສີ ຜູ້ບໍ່ມີກິເລດພຣະອົງນັ້ນ ດ້ວຍຫົວແຫ່ງຂ້າ
ພຸດໂທ ໂຍ ສັບພະປານິນັງ ສະຣະນັງ ເຂມະມຸດຕະມັງ : ພຣະພຸດທະເຈົ້າພຣະອົງໃດ ເປັນສາຣະນະອັນກະເສມສູງສຸດຂອງສັດທັງຫລາຍ
ປະຖະມາ ນຸດສະຕິດຖານັງ ວັນທາມິ ຕັງ ສິເຣນະຫັງ : ຂ້າພະເຈົ້າໄຫວ້ພຣະພຸດທະເຈົ້າພຣະອົງນັ້ນ ອັນເປັນທີ່ຕັ້ງແຫ່ງຄວາມລະນຶກອົງທີ່ຫນຶ່ງດ້ວຍຫົວແຫ່ງຂ້າ
ພຸດທັດສາຫັດສາມິ ທາໂສ (ທາສີ) ວະ ພຸດໂທເມ ສາມິກິດສະໂຣ ສຳຫລັບທາສີແມ່ນຜູ້ຍິງເວົ້າ
ຂ້າພະເຈົ້າເປັນທາດ ຂອງພຣະພຸດທະເຈົ້າ ພຣະພຸດທະເຈົ້າ ເປັນນາຍມີອິດສະລະເຫນືອຂ້າພະເຈົ້າ ພຸດໂທ ທຸກຂັດສະ ຄາຕາ ຈະ ວິທາຕາ ຈະຫິ ຕັດສະເມ : ພຣະພຸດທະເຈົ້າເປັນເຄື່ອງຈຳຈັດທຸກ ແລະ ຊົງໄວ້ເຊິ່ງປະໂຫຍດແກ່ຂ້າພຣະເຈົ້າ
ພຸດທັດສາຫັງ ນິຍາເທມິ (ເທມະ) ສາຣິຣັນຊິວິ ຕັນຈິທັງ (ເທມະ ສຳຫລັບຫລາຍຄົນ) ຂ້າພະເຈົ້າມອບກາຍຖວາຍຊີວິດນີ້ ແດ່ພຣະພຸດທະເຈົ້າ
ວັນທາໂຕຫັງ (ຕິຫັງມາຍານະ) ຈາຣິດສາມິ ພຸດທັດເສວະ ສຸໂພທິຕັງ : ຂ້າພະເຈົ້າຜູ້ໄຫວ້ຢູ່ຈັກປະພຶດຕາມ ເຊິ່ງຄວາມຕັດສະຮູ້ດີຂອງພຣະພຸດທະເຈົ້າ
ນັດຖິ ເມ ສະຣະນັງ ອັນຍັງ ພຸດໂທ ເມ ສະຣະນັງ ວະຣັງ : ສາຣະອື່ນຂອງຂ້າພະເຈົ້າບໍ່ມີ ພຣະພຸດທະເຈົ້າເປັນສາຣະນະອັນປະເສີດຂອງຂ້າພະເຈົ້າ
ເອເຕນະ ສັດຈະວັດເຊນະ ວັດເທຍຍັງ ສັດຖຸສາສະເນ : ດ້ວຍການກ່າວຄໍາຢ່າງນີ້ ຂ້າພະເຈົ້າຕ້ອງຈະເລີນໃນພຣະສາສະຫນາຂອງພຣະສາສະດາ
ພຸດທັງ ເມ ວັນທະມາເນນະ (ຕິຫັງ) ມາຍານະຍັງ ປຸນຍັງ ປະສຸຕັງ ອິທະ
(ຕິຫັງ ສໍາຫລັບຜູ້ຍິງ)
ຂ້າພະເຈົ້າຜູ້ໄຫວ້ຢູ່ເຊິ່ງພຣະພຸດທະເຈົ້າ ໄດ້ຂົນຂວາຍບຸນໃດໃນບັດນີ້
ສັບເພປິ ອັນຕະຣາຍາ ເມ ມາເຫສຸງ ຕັດສະເຕຊະສາ : ອັນຕະລາຍທັງປວງ ຢ່າໄດ້ມີແກ່ຂ້າພະເຈົ້າດ້ວຍເດດແຫ່ງບຸນນັ້ນ

ກາເຍນະ ວາຈາຍະ ວະ ເຈຕະສາວາ : ດ້ວຍກາຍກໍ່ດີ ດ້ວຍວາຈາກໍ່ດີ ດ້ວຍໃຈກໍ່ດີ
ພຸດເທ ກຸກັມມັງ ປະກະຕັງ ມາຍາຍັງ : ກໍາຫນ້າຕິຕຽນອັນໃດ ທີ່ຂ້າພະເຈົ້າກະທໍາແລ້ວ ໃນພຣະພຸດທະເຈົ້າ
ພຸດໂທ ປະຕິກຄັນຫະຕຸ ອັດຈະຍັນຕັງ : ຂໍໃຫ້ພຣະພຸດທະເຈົ້າ ຈົ່ງງົດເຊິ່ງໂທດ ທີ່ລ່ວງເກີນອັນນັ້ນ
ກາລັນຕະເຣ ສັງວະຣິຕຸງ ວະພຸດເທ : ເພື່ອການສັງລວມລະວັງໃນພຣະພຸດທະເຈົ້າໃນການຕໍ່ໄປ
ສວາກຂາໂຕ ພະຄະວະຕາ ທັມໂມ : ພຣະທັມເປັນທັມທີ່ພຣະຜູ້ມີພາກເຈົ້າຕັດໄວ້ດີແລ້ວ
ສັນທິດຖິໂກ : ເປັນທັມທີ່ສຶກສາ ແລະ ປະຕິບັດຕ້ອງເຫັນໄດ້ດ້ວຍຕົນເອງ
ອະກາລິໂກ : ເປັນທັມທີ່ປະຕິບັດໄດ້ ແລະ ໃຫ້ຜົນບໍ່ຈໍາກັດການ
ເອຫິປັດສິໂກ : ເປັນທັມທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ
ໂອປະນະຍິໂກ : ເປັນທັມທີ່ຄວນນ້ອມເຂົ້າມາໃສ່ຕົວ
ປັດຈັດຕັງ ເວທິຕັບໂພ ວິນຍູຫິຕິ : ເປັນທັມທີ່ຮູ້ ກໍ່ຮູ້ສະເພາະຕົນດ່ັ່ງນີ້
ສວາກຂາຕະຕາທິຄຸນະໂຍຄະວະເສນະ ເສຍໂຍ : ພຣະທັມເປັນສິ່ງທີ່ປະເສີດເພາະປະກອບດ້ວຍຄຸນຄື ທັມທີ່ພຣະຜູ້ມີພຣະພາກເຈົ້າຕັດໄວ້ດີແລ້ວເປັນຕົ້ນ
ໂຍ ມັກຄະປາກະປະຣິຍັດຕິວິໂມກຂະເພໂທ : ເປັນທັມອັນຈຳແນກເປັນ ມາກ ຜົນ ປະຣິຍັດ ແລະ ນິພານ
ທັມໂມ ກຸໂລກະປະຕະນາ ຕະທະທາຣິທາຣີ : ເປັນທັມຊົງໄວ້ເຊິ່ງຜູ້ຊົງທັມຈາກການຕົກໄປສູ່ໂລກທີ່ຊົ່ວ
ວັນທາມະຫັງ ຕະມະຫະຣັງ ວະຣະທັມມະເມຕັງ : ຂ້າພະເຈົ້າໄຫວ້ພຣະທັມອັນປະເສີດນັ້ນອັນເປັນເຄື່ອງ ກຳຈັດເສຍເຊິ່ງຄວາມມືດ
ທັມໂມ ໂຍ ສັບພະປານິນັງ ສະຣະນັງ ເຂມະມຸດຕະມັງ : ພຣະທັມໃດເປັນສາຣະນະອັນກະເສມສູງສຸດຂອງສັດທັງຫລາຍ
ທຸຕິຍານຸດສະຕິດຖານັງ ວັນທາມິ ຕັງ ສິເຣນະຫັງ : ຂ້າພະເຈົ້າໄຫວ້ພຣະທັມນັ້ນອັນເປັນທີ່ຕັ້ງແຫ່ງຄວາມລະນຶກອົງທີ່ສອງດ້ວຍຫົວແຫ່ງຂ້າ
ທັມມັດສະຫັດສະມິ ທາໂສ (ທາສີ) ວະທັມໂມ ເມ ສາມິກິດສະໂຣ (ຜູ້ຍິງໃຫ້ວ່າທາສີ ຕິຫັງ) : ຂ້າພະເຈົ້າເປັນທາດຂອງພຣະທັມ ພຣະທັມເປັນນາຍມີອິດສະຣະເຫນືອຂ້າພະເຈົ້າ
ທັມໂມ ທຸກຂັດສະ ຄາຕາ ຈະ ວິທາຕາ ຈະ ຫິຕັດສະ ເມ : ພຣະທັມເປັນເຄື່ອງກຳຈັດທຸກ ແລະຊົງໄວ້ເຊິ່ງປະໂຫຍດແກ່ຂ້າພະເຈົ້າ
ທັມມັດສະຫັງ ນິຍາເທມິ ສະຣິຣິນຊີວິຕັນຈິທັງ : ຂ້າພະເຈົ້າມອບກາຍຖວາຍຊີວິດນີ້ແດ່ພຣະທັມ
ວັນທັນໂຕຫັງ (ຕິຫັງ) ຈາຣິດສາມິ ທັມມັດເສວະ ສຸທັມມະຕັງ : ຂ້າພະເຈົ້າໄຫວ້ຢູ່ຈະປະພຶດຕາມ ເຊິ່ງເປັນທັມດີຂອງພຣະທັມ
ນັດຖິ ເມ ສະຣະນັງ ອັນຍັງ ທັມໂມ ເມ ສະຣະນັງ ວະລັງ : ສາຣະນະອື່ນຂອງຂ້າພະເຈົ້າບໍ່ມີພຣະທັມເປັນສາຣະນະອັນປະເສີດຂອງຂ້າພະເຈົ້າ
ເອເຕນະ ສັດຈະວັດເຊນະ ວັນເທຍຍັງ ສັດຖຸສາ ສະເນ : ດ້ວຍການກ່າວຄໍາຢ່າງນີ້ ຂ້າພະເຈົ້າຕ້ອງຈະເຣີນໃນພຣະສາສະຫນາຂອງພຣະສາສະດາ
ທັມມັງ ເມ ວັນທະມາເນນະ (ມານະຍະ) ຍັງປຸນຍັງ ປະສຸຕັງ ອິທະ (ສໍາລັບຜູ້ຍິງໃຫ້ວ່າ ມານາຍະ) ຂ້າພະເຈົ້າຜູ້ໄຫວ້ເຊິ່ງພຣະທັມ ໄດ້ຂົນຂວາຍບຸນໃດໃນບັດນີ້
ສັມເພປີ ອັນຕະຣາຍາ ເມ ມາເຫສຸງ ຕັດສະ ເຕຊະສາ : ອັນຕະຣາຍທັງປວງຢ່າໄດ້ມີແກ່ຂ້າພະເຈົ້າດ້ວຍເດດແຫ່ງບຸນນັ້ນ

ກາເຍນະ ວາຈະຍະ ວະ ເຈຕະສາ ວາ : ດ້ວຍກາຍກໍ່ດີ ດ້ວຍວາຈາກໍ່ດີ ດ້ວຍໃຈກໍ່ດີ
ທັມເມ ກຸກັມມັງ ປະກະຕັງ ມະຍາຍັງ : ກັມຫນ້າຕິ ຕຽນອັນໃດ ທີ່ຂ້າພະເຈົ້າກະທຳແລ້ວ ໃນພຣະທັມ
ທັມໂມ ປະຕິກຄັນຫະຕຸ ອັດຈະຍັນຕັງ : ຂໍໃຫ້ພຣະທັມ ຈົ່ງງົດເຊິ່ງໂທດ ທີ່ລ່ວງເກີນອັນນັ້ນ
ກາລັນຕະເຣ ສັງວະຣິຕຸງ ວະທັມເມ : ເພື່ອການສັງຣວມລະວັງໃນພຣະທັມໃນການຕໍ່ໄປ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ : ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິບັດແລ້ວ
ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ : ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິດບັດຕົງແລ້ວ
ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ : ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກແລ້ວ
ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ : ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິດບັດສົມຄວນແລ້ວ
ຍະທິທັງ : ໄດ້ແກ່ບຸກຄົນເຫລົ່ານີ້ຄື
ຈັດຕາຣິ ປຸຣິສະຍຸຄານິ ອັດຖະ ປຸຣິສະປຸຄະລາ : ຄູ່ແຫ່ງບຸລຸດ 4 ຄູ່, ນັບຮຽງຕົວບຸລຸດໄດ້ 8 ບຸລຸດ
ເອສະ ພະຄະວະໂຕ ສາວະກະ ສັງໂຄ : ນັ້ນແຫລະ ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ
ອາຫຸເນັຍໂຍ : ເປັນພຣະສົງຄວນແກ່ສັກກາຣະທີ່ເຂົານໍາມາບູຊາ
ປາຫຸເນັຍໂຍ : ເປັນພຣະສົງຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ
ທັກຂິເນັຍໂຍ : ເປັນຜູ້ຄວນຮັບທັກສິນາທານ
ອັນຊະລິກະຣະນິໂຍ : ເປັນຜູ້ທີ່ບຸກຄົນທົ່ວໄປ ຄວນທໍາອັນຊະລີ

ອະນຸດຕະຣັງ ປຸນຍັກເຂດຕັງ ໂລກັດສາ ຕິ : ເປັນເນື້ອນາບຸນຂອງໂລກ, ບໍ່ມີນາບຸນອື່ນຍິ່ງກວ່າດັ່ງນີ້.

ສັດທັມມະໂຊ ສຸປະຕິປັດຕິຄຸນາທິຍຸດໂຕ : ພຣະສົງທີ່ເກີດໂດຍພຣະສັດທັມ ປະກອບດ້ວຍຄຸນມີການປະຕິບັດດີເປັນຕົ້ນ
ໂຍດຖັບພິໂທ ອະຣິຍະປຸກຄະລະສັງຄະເສດໂຖ : ເປັນຫມູ່ແຫ່ງພຣະອະຣິຍະບຸກຄົນອັນປະເສີດແປດ (8) ຈໍາພວກ
ສີລາທິທັມມະປະວະຣາສະຍະກາຍະຈິດໂຕ : ມີກາຍ ແລະຈິດອັນອາໃສທັມ ມີສິນເປັນຕົ້ນອັນບໍວອນ
ວັນທາມະຫັງ ຕະມະຣິຍານະຄະນັງ ສຸສຸດທັງ : ຂ້າພະເຈົ້າໄຫວ້ຫມູ່ແຫ່ງພຣະອະຣິຍະເຈົ້າເຫລົ່ານັ້ນ ອັນບໍຣິສຸດດ້ວຍດີ
ສັງໂຄ ໂຍ ສັບພະປານີນັງ ສະຣະນັງ ເຂມະ ມຸດຕະມັງ : ພຣະສົງຫມູ່ໃດເປັນສະຣະນະອັນກະເສມສູງສຸດຂອງສັດທັງຫລາຍ
ຕະຕິຍານຸດສະຕິດຖານັງ ວັນທາມິ ຕັງ ສິເຣນະຫັງ : ຂ້າພະເຈົ້າໄຫວ້ພຣະສົງຫມູ່ນັ້ນອັນເປັນທີ່ຕັ້ງ ແຫ່ງຄວາມລະນຶກອົງທີ່ສາມດ້ວຍຫົວແຫ່ງຂ້າ
ສັງຄັດສາຫັດສະມິ ທາໂສ (ທາສີ) ວະ ສັງໂຄ ເມ ສາມິກິດສະໂຣ : ຂ້າພະເຈົ້າເປັນທາດຂອງພຣະອົງ, ພຣະສົງເປັນນາຍມີອິດສະຣະເຫນືອ ຂ້າພະເຈົ້າ
ສັງໂຄ ທຸກຂັດສະ ຄາຕາ ຈະ ວິທາຕາ ຈະ ຫິ ຕັດສະ ເມ : ພຣະສົງເປັນເຄື່ອງກໍາຈັດທຸກ ແລະຊົງໄວ້ຊຶ່ງປະໂຫຍດແກ່ຂ້າພະເຈົ້າ
ສັງຄັດສະຫັງ ນິດຍາເທມິ ສະຣິຣັນຊີວິຕັນຈິທັງ : ຂ້າພະເຈົ້າມອບກາຍ ຖວາຍຊີວິດນີ້ແດ່ພຣະສົງ
ວັນທັນໂຕຫັງ (ຕີຫັງ) ຈະຣິດສາມິ ສັງຄັດໂສ ປະຕິປັນນະຕັງ
(ຜູ້ຍິງໃຫ້ວ່າທາສີ ຕິຫັງ) ຂ້າພະເຈົ້າຜູ້ໄຫວ້ຢູ່ ຈັກປະພຶດຕາມ ເຊິ່ງຄວາມປະຕິບັດດີຂອງພຣະສົງ
ນັດຖິ ເມ ສະຣະນັງ ອັນຍັງ ສັງໂຄ ເມ ສະຣະ ນັງ ວະຣັງ : ສະຣະນະອື່ນຂອງຂ້າພະເຈົ້າບໍ່ມີ, ພຣະສົງເປັນສະຣະນະອັນປະເສີດຂອງຂ້າພະເຈົ້າ
ເອເຕນະ ສັດຈະວັດເຊນະ ວັນເທຍຍັງ ສັດຖຸສາ ສະເນ : ດ້ວຍການກ່າວຄໍາຢ່າງນີ້ ຂ້າພະເຈົ້າຕ້ອງຈະເຣີນໃນພຣະສາສະຫນາຂອງພຣະສາສະດາ
ສັງຄັງ ເມ ວັນທະມາເນນະ (ມານາຍະ) ຍັງປຸນຍັງ ປະສຸຕັງ ອິທະ : ຂ້າພະເຈົ້າຜູ້ໄຫວ້ຢູ່ເຊິ່ງພຣະສົງ ໄດ້ຂົນຂວາຍບຸນໃດໃນບັດນີ້
ສັບເພປິ ອັນຕະຣາຍະ ເມ ມາເຫສຸງ ຕັດສະ ເຕຊະສາ : ອັນຕະຣາຍທັງປວງຢ່າໄດ້ມີແກ່ຂ້າພະເຈົ້າດ້ວຍເດດແຫ່ງບຸນນັ້ນ

ກາເຍນະ ວາຈະຍະ ວະ ເຈຕະສາ ວາ : ດ້ວຍກາຍກໍ່ດີ ດ້ວຍວາຈາກໍ່ດີ ດ້ວຍໃຈກໍ່ດີ
ສັງເຄ ກຸກັມມັງ ປະກະຕັງ ມະຍາຍັງ : ກັມຫນ້າຕິ ຕຽນອັນໃດ ທີ່ຂ້າພະເຈົ້າກະທຳແລ້ວ ໃນພຣະສົງ
ສັງໂຄ ປະຕິກຄັນຫະຕຸ ອັດຈະຍັນຕັງ : ຂໍໃຫ້ພຣະທັມ ຈົ່ງງົດເຊິ່ງໂທດ ທີ່ລ່ວງເກີນອັນນັ້ນ

ກາລັນຕະເຣ ສັງວະຣິຕຸງ ວະສັງເຄ : ເພື່ອການສັງຣວມລະວັງໃນພຣະສົງໃນການຕໍ່ໄປ (ຈົບ)

5 comments:

  1. ດຽວນີ້ ຂ້ອຍກຳລັງປຶ້ມໄຫວ້ພຣະແປ ຍາກໄດ້ ຄຳແຜ່ເມດ ແປ ມີບໍ່ນໍ ຂະນ້ອຍ ?

    ReplyDelete
  2. ເປັນເພຈທີ່ດີໜ້າຕິດຕາມ ຂໍໃຫ້ລວມບົດສວດຫຼາຍໆເດີເພາະສະດວກໃນການຊອກຫາ ເນື່ອງຈາກສ່ວນຫຼາຍມີແຕ່ເພຈຂອງປະເທດໄທ ຖ້າເປັນເພຈຂອງປເເທດເຮົາເອງກໍ່ດີຫຼາຍໆ

    ReplyDelete
    Replies
    1. ສັງໂຄ ປະຕິກຄັນຫະຕຸ ອັດຈະຍັນຕັງ : ຂໍໃຫ້ພຣະທັມ ຈົ່ງງົດເຊິ່ງໂທດ ທີ່ລ່ວງເກີນອັນນັ້ນ
      ຖືກຫລືຜິດ

      Delete
  3. ຂໍເວັບໄຊທັມມະພາສາລາວແດ່

    ReplyDelete

Comments system

Disqus Shortname