
ຄຳວ່າ "ມົນ" ຫຍໍ້ມາຈາກຄຳເຕັມວ່າ "ພຸທທະມົນ" ເຊິ່ງຫມາຍເຖິງພຣະທັມຄຳສັງສອນຂອງພະອໍຣະຫັນສັມມາສັມພຸທທະເຈົ້າ ການສວດມົນຈຶ່ງຫມາຍເຖິງ ການສວດພຣະທັມຄຳສັ່ງສອນຂອງພຣະສັມມາສັມພຸທທະເຈົ້ານັ້ນເອງ.
ຄວາມເປັນມາຂອງການສວດມົນນັ້ນ
ເລີ່ມຕົ້ນມາຈາກຄວາມພະຍາຍາມໃນການຈົດຈຳຄຳສ່ັງສອນຂອງພຣະພຸທທະເຈົ້າຂອງບັນດາພຣະອະຣິຍະສາວົກໃນຄັ້ງພຸທທະການ
ກ່າວຄື ທຸກຄັ້ງທີ່ພຣະພຸທທະເຈົ້າທຣົງສະແດງທັມນັ້ນ
ພຣະສາວົກແຕ່ລະຮູບແຕ່ລະອົງຈະຊ່ວຍກັນຈົດຈຳພຣະທັມຄຳສອນນັ້ນ ແລ້ວຖ່າຍທອດສູ່ສິດຂອງຕົນ
ໂດຍລະບົບຈາກຄູສູ່ລູກສິດ ກ່າວຄື ຄູຟັງມາຈາກພຣະພຸທທະເຈົ້າ ນຳມາເລົ່າໃຫ້ສິດຟັງ
ສິດຈຳຄຳບອກເລົ່າຂອງຄູ ແລ້ວນຳໄປສວດສານຍາຍຈົນຈຳໄດ້ຄລ່ອງປາກ ຂຶ້ນໃຈ ຮັກສາໄວ້ແລ້ວ
ຈິ່ງຖ່າຍທອດຕໍ່ໃຫ້ຄົນອື່ນໆ
ໃນສຳນັກໃນເວລາຕໍ່ມາເຮົາເອີ້ນຂະບວນການທົງຈຳພຣະທັມຄຳສັງສອນແບບນີ້ວ່າ ເປັນລະບົບ
"ມູຂປາຕະ" ຄື ລະບົບຈາກປາກສູ່ປາກ
No comments:
Post a Comment