ຜູ້ຂຽນ:
ພຣະພຸດທະສາສະຫນາເປັນເລື່ອງໃກ້ຕົວຫລາຍ ຄົນໃຫ້ຄວາມສົນໃຈ
ແຕ່ຄວາມສົນໃຈນັ້ນກໍ່ກັບກາຍມາເປັນຄວາມບໍ່ເຂົ້າໃຈສາເຫດ ກໍ່ຍ້ອນບໍ່ຮູ້ຄວາມຫມາຍ
ດັ່ງທີ່ເຮົາເຄີຍເຫັນທົ່ວໄປຍາດໂຍນິມົນພຣະໄປສູດບ້ານສູດເຮືອນກໍ່ພາກັນວົນແຊວ
ບໍ່ມີຄວາມເຄົາລົບໃນທັມ ສາເຫດກໍ່ດັ່ງທີ່ກ່າວມາຂ້າງເທິງ ມີແຕ່ຢາກໃຫ້ພຣະສູດໃຫ້ແລ້ວໄວໄວພໍຈະໄດ້ເຮັດແນວອື່ນທີ່ບໍ່ແມ່ນຈຸດປະສົງທີ່ແທ້ຈິງ
ຂອງການເຮັດບຸນດັ່ງນັ້ນ ອາຕະມາຈຶ່ງມີຄວາມຄິດຢາກຈະໃຫ້ຫລາຍຄົນເຂົ້າໃຈຄວາມຫມາຍ
ບົດສູດແຕ່ລະບົດ ຫລັງຈາກເຮົາເຂົ້າໃຈແລ້ວ ຊາບຊຶ້ງແລ້ວ ໃນທັມເຫລົ່ານີ້ ແລະ ຈະຄ່ອຍ ໆ
ເຊື່ອມເຂົ້າຈິດໃຈເຮົາ ສຸດທ້າຍເຮົາເອງຈະກາຍເປັນຄົນທີ່ມີຄວາມເຄົາລົບໃນທັມແບບສົມບູນ,
ມີຄວາມລະອາຍຕໍ່ບາບ, ອະກຸສົນທັງປວງທີ່ເຮັດແລ້ວນຳຄວາມທຸກມາໃຫ້ທັງໂລກນີ້ ແລະ ໂລກຫນ້າ,
ຫາກເຮົາເຂົ້າໃຈດັ່ງນີ້ແລ້ວ
ສຸດທ້າຍເຮົາເອງອາດເປັນຍາດທີ່ໃກ້ຊິດທີ່ສຸດຂອງພຣະພຸດທະສາສະຫນາທັງເປັນຜູ້ສືບທອດທີ່ແທ້ຈິງອີກດ້ວຍ.
ສຸດທ້າຍນີ້
ອາຕະມາເອງ ໃນນາມຜູ້ຂຽນຫວັງວ່າປຶ້ມຫົວນີ້ ອາດໃຫ້ຄວາມຮູ້ບໍ່ຫລາຍກໍ່ຫນ້ອຍ
ສຳລັບທ່ານຜູ້ອ່ານ ແລະ ທ່ານຜູ້ສົນໃຈໃນທັມທັງຫລາຍ ອີກສິ່ງຫນຶ່ງທີ່ຫລີກລ້ຽງບໍ່ໄດ້ນັ້ນ
ຄື ຄວາມຜິດພາດ ຂໍ້ຂາດຕົກບົກຜ່ອງໃນການໃຊ້ສັພ, ໃຊ້ສະຣະ, ພະຍັນຊະນະ ຫາກທ່ານຜູ້ອ່ານພົບ
ເຫັນກະລຸນາສົ່ງຄໍາຄິດເຫັນຂອງທ່ານມາຫາອາຕາມາດ້ວຍ
ເພື່ອເປັນແວ່ນແຍງໃນການຈັດພິມຄັ້ງຕໍ່ໄປ.
ຂໍຂອບໃຈ
ໂດຍ: ມຸຕຕະຈິດໂຕ ພິກຂຸ ສີທອງ ຈັນສະຫມຸດ